ເມືອງຕົ້ນເຜີງ



     ພຮະພຸດທະຮູບ
       ສະຖານທີ່ແຫ່ງນີ້ບໍ່ໄກຈາກຕົວເມືອງຫ້ວຍຊາຍເທິ່າໃດ ໃຊ້ເວລາບໍ່ເຖິງ 15 ນາທີ ກໍ່ຮອດແລ້ວ ຕິດແຄມທາງໄປເມືອງຕົ້ນເຜິ້ງ ຜູ້ຄົນທີ່ທຽວທາງນີ້ ຫລືນັກທ່ອງທ່ຽວກໍ່ມີການແວະໄປຂາບສະກາຣະ ເຊິ່ງຖືກວ່າເປັນສະຖານທີ່ສຳຄັນທາງດ້ານວັດທະນະທັມແຫ່ງຫນຶ່ງຂອງແຂວງບໍ່ແກ້ວໃນປະຈຸບັນກໍ່ວ່າໄດ້.
(
ຫນ້າຂອງພຣະພຸດທະຮູບທີ່ມີຮອຍແຕກນັ້ນ ຜູ້ເຖົ້າເລົ່າວ່າຖືສັດຕູຜູ້ຮຸກຮານໃນສະໄຫມກ່ອນນັ້ນ ໃຊ້ດາບແລະງ້າວ ຟັນ ເຮັດໃຫ້ຫນ້າຂອງພຣະພຸດທະຮູບທີ່ແກະສະຫລັກນີ້ເປັນຮອຍແຫງ ດັ່ງທີ່ເຫັນໃນປະຈຸບັນນີ້:)
 


1.    ເມືອງເກົ່າສຸວັນນະໂຄມຄຳ
ປະຫວັດໃນປັດຈຸບັນ

ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ໃນເຂດທີ່ເຄີຍເກາະເຂີນເຊິ່ງໄດ້ຫາຍສາຍສູນໄປແລ້ວ ພາຍຫຼັງທີ່ນ້ຳຂອງໄດ້ປ່ຽນທາງເດີນນ້ຳ ຍັງຄົງເຫຼືອຮ່ອງຮອຍຂອງເມືອງເປັນບຶງໂຄ້ງຍາວປະມານ 3ກິໂລແມັດ ເອີ້ນວ່າ ໜອງວັງຄຳ ທີ່ຕັ້ງຂອງເມືອງຕົ້ນເຜິ້ງ ຫຼື ເມືອງສຸວັນນະໂຄມຄຳຍັງເປັນສຸດເຂດຕາເວັນຕົກຂອງປະເທດລາວ ຄື ຫ່າງຈາກເມືອງຫ້ວຍຊາຍໄປທາງທິດຕາເວັນຕົກປະມານ 40 ກິໂລແມັດທາງບົກ ຫຼື 60 ກິໂລແມັດທາງນ້ຳ. ເປັນບູຮານສະຖານບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງນະຄອນບູຮານເກົ່າແກ່ເອີ້ນວ່າ ນະຄອນສຸວັນນະໂຄມຄຳ ເຊິ່ງຕໍ່ມາກາຍເປັນ ນາຄະນະຄອນ,ນະຄອນຊຽງລາວ,ນະຄອນເງິນຍວງ(ເງິນຍາງ),ຫິຣັນນະຄອນ ແລະ ນະຄອນຊຽງແສນ(ເກົ່າ).ມີບູຮານສະຖານ 44 ແຫ່ງ ສ້າງໂດຍດິນຈີ່ ແລະ ປູນ ໄດ້ແກ່: ພຣະອຸໂປສົດ,ພຣະທາດ,ພຣະພຸດທະຮູບ,ໜອງນ້ຳ ຯລຯ. ສິ່ງທີ່ຍັງຄົງງົດງາມ ແລະ ສະຫງ່າຕະການຕາທີ່ເຫຼືອໃຫ້ເຫັນ ທີ່ສາມາດລອດພົ້ນຈາກການປຸ້ນສົມບັດໃນສະໄໝກ່ອນໄດ້ແກ່:ພຣະພຸດທະຮູບປາງສະມາທິ ສ້າງໂດຍດິນຈີ່ ແລະ ປູນ. ເປັນພຣະພຸດຮູບອົງໃຫຍ່ເຊິ່ງມີຄວາມ ກວ້າງໜ້າຕັກ 7.10 ແມັດ,ຄວາມສູງ 7.22 ແມັດ,ບ່າແຕ່ລະຂ້າງມີຂະໜາດ 1.10 ແມັດ,ດ້ານຂ້າງແຕ່ກະໂພກເຖິງເຂົ່າ 3.60 ແມັດ ນັບວ່າເປັນພຣະພຸດທະຮູບທີ່ໃຫຍ່ອົງໜຶ່ງຂອງລາວ ແລະ ອາຊີຕາເວັນອອກສຽງ ໃຕ້.ດ້ວຍຂະໜາດທີ່ໃຫຍ່ຂອງພຣະພຸດທະຮູບໄດ້ມີການສັນນິຖານວ່າເປັນພຣະພຸດທະຮູບປະຈຳວັດຂອງພຣະຣາຊະວັງ.ນອກນີ້ຍັງມີອີກອົງໜຶ່ງທີ່ມີຂະໜາດເກືອບເທົ່າກັນແຕ່ຖືກນ້ຳກັດເຊາະພັງທະລາຍໄປແລ້ວ ນັ້ນກໍຄືພຣະນະ ວະລ້ານຕື້ ຫຼື ພຣະຣັດສະໝີທອງສຳລິດທີ່ຈົມຢູ່ໃຕ້ແມ່ນ້ຳຂອງທີ່ດອນແຫ້ງຂອງລາວເຮົາ. ປູຊະນິຍະສະຖານທີ່ເຫຼືອຢູ່ນີ້ສ່ວນຫຼາຍມາຈາກຍຸກນະຄອນຊຽງແສນເກົ່າ ສະໄໝພຣະເຈົ້າໄຊເສດຖາທິຣາດ ເຊິ່ງພຣະອົງໄດ້ຊົງຮັບສັ່ງໃຫ້ສະຖາປະນາບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມເທິງສອງຝາກຝັ່ງແມ່ນ້ຳຂອງ ເຊິ່ງມີສູນກາງທາງຝັ່ງຊ້າຍຂອງແມ່ນ້ຳຂອງເຊິ່ງກໍແມ່ນເມືອງຕົ້ນເຜິ້ງນັ້ນເອງ.ນະຄອນນີ້ຖືກທຳລາຍຈາກການຮຸກຮານຂອງກອງທັບພະມ້າ ໃນສະໄໝຂອງພຣະເຈົ້າໄຊເສດຖານັ້ນເອງ.ອັນເປັນເຫດໃຫ້ດິນແດນລ້ານນາຖືກຍຶດ ແລະ ແຍກອອກຈາກດິນແດນລ້ານຊ້າງໃນເວລາຕໍ່ມາ.








ບໍນ້ຳຮ້ອນບ້ານນ້ຳເກິ່ງ









ສາມຫຼ່ຽມທອງຄຳ ແຫ່ງທ່ອງທ່ຽວເສດຖະກິດພິເສດ

2. 








ເກາະດອນຊາວ ເປັນດອນຂະໜາດໃຫຍ່ຕັ້ງຢູ່ ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເປັນດອນທີ່ມີຄວາມພິເສດກວ່າໝູ່ຄື ຈະມີຕົ້ນດອກງິ້ວປ່າເກີດຂື້ນຢູ່ໃນດອນນີ້ຢ່າງຫຼວງຫຼາຍ ເຊິ່ງທຸກໆປີກໍຈະມີການຈັດງານເທດສະການດອກງິ້ວ ບານເປັນປະຈຳທຸກປີ ເຊິ່ງຈັດຂື້ນໃນຊ່ວງທີ່ ຕົ້ນດອກງິ້ວບານ ເຊິ່ງເປັນຊ່ວງທີ່ເກາະແຫ່ງນີ້ມີສີສັນສວຍງາມທີ່ສຸດເນື່ອງຈາກທົ່ວເກາະຈະມີດອກງິ້ວສີແດງບານຢູ່ທົ່ວໄປ ເຮັດໃຫ້ເກາະນີ້ຖືກປະດັບປະດາດ້ວຍສີແດງຂອງ ດອກງິ້ວ ແລະ ປະຊາຊົນເຂດນີ້ກໍຈະເກັບດອກງິ້ວໄປຕາກແຫ້ງ ສາມາດນຳມາບໍລິໂພກກັບເຂົ້າປຸ້ນສູດຂອງຄົນເຂດນັ້ນສະເພາະຖິນ.






ความคิดเห็น

โพสต์ยอดนิยมจากบล็อกนี้

ແນະນຳ