ເມືອງປາກທາ
ນ້ຳລອດພູຊ້າງຈຽງຕອງ
ແຂວງບໍ່ແກ້ວເປັນອີກແຂວງໜຶ່ງທີ່ຕັ້ງຢູ່ທາງພາກເໜືອຂອງລາວ ເປັນແຂວງທີ່ມີຄວາມອຸດົມສົມບູນທາງດ້ານພູຜາປ່າໄມ້ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ສາມາດດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາແຂວງບໍ່ແກ້ວນັບມື້ນັບຫຼາຍຂຶ້ນ.
ທ່ານ ເບຼຍເຢັ້ງ ວື ຜູ້ຄຸ້ມຄອງບໍລິຫານສະຖານທີ່ທ່ອງທ່ຽວນ້ຳລອດພູຊ້າງຈຽງຕອງ ໃຫ້ຮູ້ວ່າ: ສະ ຖານທີ່ດັ່ງກ່າວເວົ້າໄດ້ວ່າເປັນອີກໜຶ່ງແຫຼ່ງທ່ອງທ່ຽວຂອງແຂວງບໍ່ແກ້ວ ທີ່ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວເພາະວ່າສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວແບບທຳມະຊາດທີ່ປະສົມປະສານກັບວັດທະນະທຳຊົນເຜົ່າ ແລະ ມີແຫຼ່ງທ່ອງທ່ຽວດ້ານປະຫວັດສາດທີ່ຢັ່ງຢາຍຢູ່ບໍລິເວນໃກ້ຄຽງກັນ, ໂດຍໄດ້ມີການພັດທະ ນາມາແຕ່ປີ 2015 ເປັນຕົ້ນມາ.
ດ້ານສິ່ງອຳນວຍຄວາມສະດວກສຳລັບນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການ ປະກອບມີ: ເຮືອນພັກ, ຮ້ານອາຫານ, ສະຖານທີ່ນັ່ງພັກຜ່ອນ, ສະລອຍນ້ຳແບບທຳມະຊາດ (ຫ້ວຍນ້ຳທຳມະຊາດ) ໄວ້ຄອຍບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ນອກຈາກນັ້ນກໍຍັງມີກິດຈະກຳໄວ້ໃຫ້ນັກທ່ອງທ່ຽວເລືອກໃຊ້ບໍລິການເປັນຕົ້ນແມ່ນ ການຂີ່ສະລິງ, ຂົວອູ່, ກິດຈະກຳປີນຜາ, ການຍ່າງປ່າເພື່ອທ່ຽວຊົມທຳມະຊາດ (ສຳລັບຜູ້ທີ່ມັກການທ່ອງທ່ຽວແບບຜະຈົນໄພ), ທ່ຽວຊົມຖ້ຳທີ່ຕິດພັນກັບປະຫວັດສາດຂອງຊາດລາວ ເຊິ່ງຢູ່ພາຍໃນຖ້ຳທີ່ປະດັບດ້ວຍນົມຜາທີ່ມີຮູບ ຊົງ, ລວດລາຍຕ່າງໆຢ່າງສວຍສົດງົດງາມ ແລະ ໜ້າປະທັບໃຈ ແຕ່ຈຸດພິເສດຂອງສະຖານທີ່ທ່ອງທ່ຽວແຫ່ງນີ້ແມ່ນມີນ້ຳລອດອອກມາຈາກຕີນພູທີ່ໃສສະອາດ ແລະ ມີຄວາມງາມທີ່ເປັນທຳມະຊາດທີ່ສຸດ ເຊິ່ງນັກທ່ອງທ່ຽວສາມາດລອຍອາບຫຼິ້ນໄດ້, ພ້ອມກັນນັ້ນ ກໍຍັງມີຕູບແຄມນ້ຳໄວ້ບໍລິການແກ່ນັກທ່ອງທ່ຽວໃຫ້ໄດ້ນັ່ງຮັບປະທານອາຫານແຊບໆ ແລະ ຊົມທຳມະຊາດຢູ່ໃນສະຖານທີ່ທ່ອງທ່ຽວແຫ່ງນີ້ ຮ່ວມກັບຄອບຄົວຢ່າງມີຄວາມສຸກ.
ໃນແຕ່ລະປີ ຢູ່ສະຖານທີ່ທ່ອງທ່ຽວແຫ່ງນີ້ຈະມີການຈັດງານບຸນປະເພນີຂອງຊົນເຜົ່າມົ້ງ ເພື່ອເປັນການສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີ ກໍຄືວັດທະນະທຳອັນດີງາມຂອງຊົນເຜົ່າໄວ້ຢ່າງໝັ້ນຄົງ ເປັນຕົ້ນແມ່ນການຈັດງານບຸນກິນຈຽງ ຫຼື ນໍເປເຈົ່າ ເຊິ່ງຈະຈັດຂຶ້ນໃນລະຫວ່າງເດືອນມັງກອນ ຫາ ເດືອນກຸມພາ ຂອງທຸກໆປີ, ໂດຍການຈັດງານແຕ່ລະຄັ້ງຈະປະກອບມີກິດຈະກຳຕ່າງໆເຊັ່ນ: ກິດຈະກຳການແຂ່ງຊັນກິລາບານເຕະ, ກິລາງົວຊົນງົວ, ໂຍນໝາກຄອນ, ແຂ່ງກິລາໝາກຂ່າງ ແລະ ພິທີການຕ່າງໆຕາມຮີດຄອງປະເພນີຂອງຊົນເຜົ່າ.
ໃນການຄິດໄລ່ຄ່າເດີນທາງໄປ-ກັບຈາກເມືອງຫ້ວຍຊາຍຫາຣີສອດຕາມໂປຼແກຼມທີ່ເພິ່ນຕັ້ງໄວ້ແມ່ນ 220.000 ກີບ, ຄ່າຫ້ອງພັກ 100.000 ກີບຕໍ່ຄືນ, ກາງເຕັ້ນ 50.000 ກີບຕໍ່ຄົນຕໍ່ຄືນ, ຄ່າອາຫານ 3 ຄາບ 150.000 ກີບຕໍ່ຄົນ, ລ່ອງແພ ກັບ ຂີ່ສະລິງ ລາຄາ 100.000 ກີບຕໍ່ຄົນ.
ດ້ານກິດຈະກຳຕາມໂປຼແກຼມເມື່ອນັກທ່ອງທ່ຽວມາຮອດຣີສອດແລ້ວກິນເຂົ້າສວາຍຈາກນັ້ນກໍເລີ່ມກິດຈະກຳທຳອິດໂດຍການຂີ່ສະລິງທີ່ມີຄວາມຍາວ 800 ກວ່າແມັດພ້ອມກັບໄຕ່ຂົວອູ່, ຈາກນັ້ນລົງຂີ່ແພດ້ວຍໄລຍະທາງປະມານ 500 ກວ່າແມັດໄປບ່ອນຊົນງົວ ເຊິ່ງເພິ່ນຈະຈັດການຊົນງົວຢູ່ໃນເວລາປະມານ 4-5 ໂມງແລງໂດຍຈະຈັດເປັນຄູ່ເຊິ່ງເພິ່ນຈະຄິດໄລ່ 100 ໂດລາຕໍ່ຄູ່, ຫຼັງຈາກນັ້ນກໍຈະຂີ່ກວຽນຂຶ້ນທີ່ຫ້ອງພັກຢູ່ຣີສອດ.
ສຳລັບຫ້ອງພັກຢູ່ຣີສອດແຫ່ງນັ້ນມີທັງໝົດ 28 ຫ້ອງ ສາມາດຮອງຮັບແຂກໄດ້ທັງໝົດ 50 ຄົນ (ສຳລັບຫ້ອງພັກ) ນອກຈາກນັ້ນ ກໍຍັງມີເຕັ້ນກາງນອນໄວ້ບໍລິການແກ່ນັກທ່ອງທ່ຽວຕື່ມອີກ. ສ່ວນໃຫຍ່ແລ້ວນັກທ່ອງທ່ຽວທີ່ເຂົ້າທ່ຽວແມ່ນຈະໄປເປັນຊຸດຕາມໂປຼແກຼມ ເຊິ່ງຊຸດໜຶ່ງກໍຈະມີປະມານ 70 ກວ່າຄົນ (ໂດຍສະເພາະແມ່ນນັກທ່ອງທ່ຽວຕ່າງປະເທດທີ່ມັກໃນຄວາມທ້າທາຍ).
ສ່ວນຄົນລາວເຮົາສ່ວນໃຫຍ່ກໍຈະເປັນນັກທ່ອງທ່ຽວໃນເຂດໃກ້ຄຽງທີ່ມັກໃຊ້ບໍລິການ ແລະ ນິຍົມໃຊ້ບໍລິການຕູບແຄມນ້ຳ ເຊິ່ງເພິ່ນຈະບໍ່ເກັບຄ່າບໍລິການຂອງຕູບ ແຕ່ຈະຄິດໄລ່ລາຄາອາຫານເທົ່ານັ້ນ. ນັກທ່ອງທ່ຽວທ່ານໃດທີ່ມັກຄວາມທ້າທາຍ ຫຼື ມັກການທ່ອງທ່ຽວທຳມະຊາດ ບອກໄດ້ເລີຍວ່າສະ ຖານທີ່ທ່ອງທ່ຽວ ນ້ຳລອດພູຊ້າງຈຽງຕອງ ແຂວງບໍ່ແກ້ວ ກໍເປັນອີກໜຶ່ງທາງເລືອກທີ່ນັກທ່ອງທ່ຽວຄວນລອງໄປສຳພັດ ແລະ ເມື່ອທ່ານໄດ້ໄປສຳພັດແລ້ວຮັບຮອງວ່າຖືກໃຈຢ່າງແນ່ນອນ.

ຶ ສຳລັບການເດີນທາງໄປສະຖານທີ່ທ່ອງທ່ຽວ ນ້ຳລອດພູຊ້າງຈຽງຕອງ ສາມາດໄປໄດ້ 2 ທາງຄື:
– ທາງລົດ: ຂີ່ລົດໄປຕາມເສັ້ນທາງເມືອງປາກທາໄປຫາບ້ານກ້ອນຕື່ນ (ຂ້າມເຮືອບັກຢູ່ທີ່ບ້ານກ້ອນຕື່ນ) ແລ້ວຂີ່ລົດເຂົ້າໄປທາງບ້ານຈຽງຕອງອີກປະມານ 15 ກິໂລແມັດ ກໍເຖິງສະຖານທີ່ດັ່ງກ່າວ.
#ທາງເຮືອ: ນັກທອງທ່ຽວສາມາດຂີ່ເຮືອໄວ 2 ຊົ່ວໂມງ (ຈາກເມືອງຫ້ວຍຊາຍ ຫາ ບ້ານກ້ອນ
ຕື່ນ) ແວ່ຈອດທີ່ທ່າເຮືອ ບ້ານກ້ອນຕື່ນ ແລ້ວຂີ່ລົດເຂົ້າໄປອີກ 15 ກິໂລແມັດ ຫຼື 20 ກວ່ານາທີ ກໍຈະເຖິງ. ສຳລັບການເດີນທາງເພິ່ນຈະແນະນຳໃຫ້ມາທາງເຮືອຈະສະດວກກວ່າ!

1 ສຳລັບການເດີນທາງໄປສະຖານທີ່ທ່ອງທ່ຽວ ນ້ຳລອດພູຊ້າງຈຽງຕອງ ສາມາດໄປໄດ້ 2 ທາງຄື:

ความคิดเห็น
แสดงความคิดเห็น