ເມືອງຫ້ວຍຊາຍ
ວັດຈອມເຂົາມະນີຣັດ
ວັດຈອມເຂົາມະນີຣັດເປັນວັດທີ່ມີຄວາມເກົ່າແກ່ ແລະສັກສິດ ພ້ອມທັງເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງອີກແຫ່ງຫນື່ງຂອງແຂວງບໍ່ແກ້ວ ເຊິ່ງຕັ້ງຢູ່ເຂດບ້ານໃຫ່ຍຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ,ວັດຈອມເຂົາມະນີຣັດ ຖືກສ້າງຕັ້ງຂື້ນໃນສະໄໝຣາຊການພະເຈົ້າຟ້າຂຸນຈິງ ເຊິ່ງເປັນຜູ້ມາສ້າງບ້ານຫ້ວຍຊາຍທຳອິດໃນປີ ຄສ 1880 ວັດດັ່ງກ່າວເຮັດດ້ວຍໄມ້ສັກ, ເປັນບ່ອນສັກກາລະບູຊາຂອງຊາງເມືອງແລະນັກທ່ອງທ່ຽວຈົນມາຮອດປັດຈຸບັນ.

1. ອ້່ງນໍ້າຕີນ
⏩ອ້່ງນໍ້າຕີນເປັນສະຖາທີແລງທ່ອງທ່ຽວແຫ່ງໜຶ່ງຂອງແຂວງບໍ່ແກ້ວ ເໝາະສຳລັບໄປທ່ຽວຊົມຍາມລະດູຝົນເຊິ່ງທ່ານຈະໄດ້ສຳພັດກັບບັນຍາກາດແບບທຳມະຊາດຕາມສະພາບແວ້ດລ້ອມແຫ່ງນັ້ນງາມຫຼາຍ ແລະ ຍັງມີອາຫານແຊບໆທ່ານລິ້ມລອງລົດຊາດອິກດ້ວຍ ແລະ ອື່ນໆ

1. ປ່າສະຫງວນນ້ຳກ່ານແຫ່ງຊາດ
ສະຖານທີ່ແຫ່ງນີ້ແມ່ນປ່າສະຫງວນແຫ່ງຊາດ
ແຂວງບໍ່ແກ້ວ ເຊິ່ງເປັນແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງທາງດ້ານການທ່ອງທ່ຽວໃນດ້ານການອະນຸລັກທຳມະຊາດເມື່ອນັກທ່ອງທ່ຽວມາກໍພາກັນຈັດກິດຈະກຳການທ່ອງທ່ຽວເຊິ່ງປະກອບມີຫຼາຍກິດຈະກຳດ້ວຍກັນເຊັ່ນ:
ນອນຢູ່ເທິງເຮືອນຕົ້ນໄມ້ທີ່ສູງທີ່ສຸດໃນໂລກ, ເບິ່ງສັດປ່າທີ່ຫາຍາກ ແລະໃກ້ທີ່ຈະສູນພັນຢູ່ໃນປະເທດລາວ, ກິດຈະກຳຍ່າງປ່າ, ຂີ່ສະລິງທີ່ຍາວທີ່ສຸດໃນປະເທດລາວ ແລະ
ກິດຈະກຳດັ່ງກ່າວເໝາະສຳລັບຜູ້ທີ່ມັກການ ທ່ອງທ່ຽວແບບປະຈົນໄພ.
ຂີີ່ສະລີ່ງໄປເຮືອນຕົ້ນໄມ້
ຜາພຣະ
ຜາພຣະ ບ້ານປາກງາວ
ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ເປັນການສະຫລັກພຣະພຸດທະຮູບລົງໃນຜາ ຫລືກ້ອນຫິນ ແຄມຝັ່ງນ້ຳຂອງ ຜູ້ເຖົ້າຜູ້ແກ່ເລົ່າໃຫ້ຟັງວ່າ
ໃນສະໄຫມກ່ອນເຈົ້າອານຸວົງ
ໄດ້ເດິນທາງມາຕາມລຳນ້ຳຂອງເມື່ອມາຮອດແຖວນີ້ ເຮືອທີ່ລູກສາວຂອງເພິ່ນນັ່ງມາໄດ້ເກີດຫລົ້ມລົງທີ່ແກ້ງຫິນໃນບໍລິເວນນີ້ແລະເຮັດໃຫ້ລູກສາວຂອງເຈົ້າອະນຸວົງເສຍຊີວິດລົງ ດັ່ງນັ້ນ ເພິ່ນຈຶງເຮັດອະນຸສອນເພື່ອຣະນຶກເຖິງລູກສາວຂອງເພິ່ນກໍ່ໄດ້ມີການສ້າງພຣະພຸດທະຮູບໄວ້ທີ່ເທິງຜາໃກ້ບໍລິເວນທີ່ເກີດອຸບັດເຫດດັ່ງກ່າວ
ປ້ອມປາການຄ້າຍທະຫານ

ພູຜາແດງ: ຕັ້ງຢູ່ທາງທິດເໜືອຂອງ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຫ່າງຈາກເທດສະບານແຂວງປະມານ
23 ກິໂລແມັດ. ພູດັ່ງກ່າວ
ເປັນພູປະຫວັດສາດ ໃນສະໄໝອາເມລິກາດຳເນີນສົງຄາມຢູ່ລາວ; ຢູ່ໃນນີ້ ຍັງມີເດີ່ນບິນ ແລະ
ຂຸມຄອງເກົ່າຂອງທະຫານອາເມລິກາ (CIA), ພູດັ່ງກ່າວ ມີຄວາມສູງເໜືອໜ້ານ້ຳປະມານ 1500 ແມັດ, ຍັງອຸດົມສົມບູນໄປດ້ວຍຊີວະນາໆພັນເຊັ່ນ:
ປ່າໄມ້ໃຫຍ່,
ຕົ້ນຊາໃຫຍ່, ຝູງນົກ ແລະ ກະຮອກ.
ເມື່ອຍາມ ກາງຄືນໄດ້ຍິນສຽງຮ້ອງຂອງນົກເຄົ້າແມວ, ເປັດປອງ, ແມງຈີລໍ່ ແລະ ໃນຍາມເຊົ້າ ຈະມີນົກຕົ້ງລໍ ແລະ
ນົກອື່ນໆ.
ພິເສດ: ຢູ່ເທິງພູນັກທ່ອງທ່ຽວໄດ້ເຫັນໝອກທີຫນາ ແລະ ກວ້າງຂວາງ ທີ່ເຂົ້າເອິ່ນວ່າທະເລໝອກ
ความคิดเห็น
แสดงความคิดเห็น